Tuesday, November 6, 2018

ອະຣິຍະສັດ 4

ອະຣິຍະສັຈ ສີ່ ອະຣິຍະສັຈ ຫຼື ຈຕຸຮາຣິຍສັຈ ຫຼື ອະຣິຍະສັຈ 4 ເປັນຫຼັກຄຳສອນໜຶ່ງຂອງພຣະໂຄດົມພຸດທະເຈົ້າແປວ່າຄວາມຈິງອັນປະເສີດ ຄວາມຈິງຂອງພຣະອະຣິຍະ ຫຼືຄວາມຈິງທີ່ທຳໃຫ້ຜູ້ເຂົ້າເຖິງກາຍເປັນພຣະອະຣິຍະມີ4ປະການຄື: 1. ທຸກຂ໌: ຄືສະພາບທີ່ທົນໄດ້ຍາກ ພາວະທີ່ທົນຢູ່ໃນພາບເດີມບໍ່ໄດ້ສະພາບທີ່ບີບຄັ້ນໄດ້ແກ່ຊາດການເກີດ,ການແກ່ຊະລາ,ການຕາຍ, ແລະ ການສະຫຼາຍໄປ,ການສູນສິ້ນການປະສົບກັບສິ່ງອັນບໍ່ເປັນທີ່ຮັກ ການພັດພາກຈາກສິ່ງອັນເປັນທີ່ຮັກ ການປາຖະໜາສິ່ງໃດແລ້ວບໍ່ສົມຫວັງໃນສິ່ງນັ້ນ ກ່າວໂດຍຫຍໍ້ ທຸກຂ໌ ກໍ່ຄືອຸປະທານຂັນທ໌ ຫຼື ຂັນທ໌ 5 ແປວ່າ: ກອງ,ໝວດ,ໝູ່ ສ່ວນໃນພຸດສາສໜາໝາຍເຖິງຮ່າງກາຍຂອງຄົນເຮົາຫຼແຍກຮ່າຍອອກເປັນສ່ວນໆຕາມສະພາບໄດ້5 ສ່ວນ ຫຼື 5 ຂັນທ໌ ຄື: -ຮູບຂັນທ໌:ໄດ້ແກ່ສ່ວນທີ່ປະສົມກັນຂອງທາດດິນ ນ້ຳ ລົມ ໄຟ ເຊັ່ນ: ໜັງ,ກະດູກ,ໂລຫິດ -ເວທະນາຂັນທ໌: ໄດ້ແກ່ລະບົບປະມວນຄວາມຮູ້ສຶກວ່າ ສຸກ ທຸກ ຫຼ ບໍ່ສຸກ ບໍ່ທຸກ ເມື່ອຮັບຮູ້ເກີດຄວາມພໍໃຈ ມະນຸດເອີ້ນວ່າສຸກ ເມືອຮັບຮູ້ເກີດຄວາມບໍ່ພໍໃຈ ມະນຸດເອີ້ນວ່າທຸກ ເ,ມື່ອຮັບຮູ້ວ່າບໍ່ສຸກ ບໍ່ທຸກ ເອີ້ນວ່າ ອຸເປກຂາ -ສັນຍາຂັນທ໌: ໄດ້ແກ່ ສ່ວນທີ່ເປັນຄວາມກັມນັດໝາຍໃຫ້ຈາອາລົມນັ້ນໆ ຄວາມກຳນັດໄດ້ໝາຍຮູ້ໃນອາລົມ 6 ເຊັ່ນ: ສຽງດັງ,ຮູບງາມ,ກິ່ນຫອມ,ລົດຫວານ ຮ້ອນ ແລະ ດີໃຈ -ສັງຂານຂັນທ໌: ໄດ້ແກ່ສ່ວນທີ່ເປັນຄວາມປຸງແຕ່ງສະພາບທີ່ປຸງແຕ່ງຈິດໃຫ້ດີ ແລະ ຊົ່ວ ຫຼື ເປັນກາງຄຸນສົມບັດຕ່າງຂອງຈິດ ມີເຈຕະນາເປັນຕົວນຳ ທີ່ປຸງແຕ່ງຄຸນະພາບຂອງໃຫ້ເປັນ ກຸສົນ ຫຼື ອະກຸສົນ -ວິນຍານຂັນທ໌:ໄດ້ແກ່ັ ສວ່ນທີ່່່່່່ເປັນຄວາມຮູ້ແຈ້ງອາລົມ ຄວາມຮູ້ອາລົມທາງອາຍະຕະນະທັງ6 ຄື:ທາງຕາ ຫູ ດັງ ລີ້ນ ກາຍແລະໃຈຂັນທ໌ນີ້ ຮູບຈັດເປັນຮູບທຳ ເວທະນາ ສັນຍາ ສັງຂານ ວີນຍານ ຈັດເປັນນາມທຳ ເມືອຈັດເປັນຂັນທ໌ເຂັົ້າປະລະມັດຖະທັມ 2. ສະມຸທັຍ: ຄື ສາເຫດທີ່ທຳໃຫ້ເກີດທຸກ,ທຸກສິ່ງທຸກຢ່າງມັນມີເຫດຜົນທັງນັ້ນ ເຫດຂອງທຸກຄືຕົວສະມຸທັຍເຊັ່ນ:ເຮົາຕ້ອງການຢາກໄດ້ ຢາກດີ ຢາກເປັນແລ້ວວຂົນຂວາຍຫາກໍ່ຕ້ອງເດືອດຮ້ອນເປັນທຸກ ໄດ້ແນ່ ບໍ່ໄດ້ແນ ຖຶກໃຈ ບໍ່ຖຶກໃຈແນ່ ເສົ້າໂສກເສຍໃຈເດືອດຮ້ອນວຸ້ນວາຍເອີ້ນວ່າມັນປະສົບເຫດໃຫ້ເກີດທຸກ ຄືຄວາມຢາກພຣະອົງເອີ້ນວ່າຕັນຫາສາມຄື: ກາມຕັນຫາ ພາວະຕັນຫາ ວິພາວະຕັນຫາ ບໍນອນເໜືອໄປຈາກຕັນຫາສາມປະການນີ້. 1.1 ກາມຕັນຫາຄືຄວາມຢາກໄດ້,ຄົນເກີດຂື້ນມາດ້ວຍກາມ ນອນຢູ່ໃນກາມ ນັ່ງຢູ່ໃນກາມ ຄື ຮູບ ສຽງ ກິ່ນ ລົດ ໂຜດທັບຜະ ບໍ່ໜີໄປຈາກ 5 ຢ່າງ ຄືຜູ້ໃດເກີດມາຕ້ອງວຸ້ນວາຍ ເດືອດຮ້ອນຢູ່ກັບຂອງເຫຼ່ານີ້ ຄືມັນຂ້ອງມັນຕິດໄປບໍ່ຫຼຸດບໍ່ົ້ພົ້ນ. 1.2 ພາວະຕັນຫາ: ຄືຄວາມຢາກເປັນ ຢາກໄດ້ນີ້ ຢາກໄດ້ນັ້ນ ໄດ້ແລ້ວກໍ່ຢາກໄດ້ອີກ ເປັນແລ້ວກໍ່ຢາກເປັນອີກ ບໍ່ອີ່ມບໍ່ພໍຈັກເທື່ອ ນີ້ກໍ່ເປັນທຸກເພາະຄວາມບໍ່ອີ່ມບໍ່ພໍເອີ້ນວ່າພາວະຕັນຫາ ພຣະອົງໄດ້ລະແລ້ວ 1.3 ວິພາວະຕັນຫາ ຄືຄວາມບໍ່ຢາກເປັນ,ບໍ່ຢາກໄດ້ນັ້ນບໍ່ຢາກໄດ້ນີ້ ກໍ່ເປັນທຸກເໝືອນກັນ ເພາະຄວາມບໍ່ຢາກຈຶ່ງເປັນເຫດໃຫ້ເດືອດເປັນທຸກເອີ້ນວ່າ ວິພາວະຕັນຫາ ຂັນທ໌ວິບາກທຸກເຊິ່ງຍັງມີຮ່າງກາຍອັນນີ້ຢູ່ຈື່ງຈຳເປັນຕ້ອງສະເຫວີຍທຸກຢູ່ດ້ວຍກັນທຸກຮູບທຸກນາມ ສະມຸທັຍເປັນຂອງຄວນລະເຊັ່ນ: ຢາກໄດ້ນັ້ນຢາກໄດ້ນີ້ ເຮົາບໍ່ເອົາ ສະລະຖິ້ມເລີຍ ປ່ອຍວ່າງເລີຍ ສະລະໄດ້ຈິງໆນັ້ນແຫຼະ ສະມຸທັຍ ຄື: ຕັນຫາ 3. ນິໂຣທ:ຄືຄວາມດັບທຸກໄດ້ແກ່ດັບສາເຫດທີ່ເຮັດໃຫ້ເກີດທຸກ ທຸກຄວາມລະອອກ ສະລະຖິ້ມ,ປົດປ່ອຍບໍ່ມີເຍື້ອໃຍ ສະມຸທັຍອັນເປັນບໍ່ເກີດທຸກໄດ້ສິ້ນເຊີງໝາຍເຖິງການທຳລາຍສະມຸທັຍ ແລະ ດັບສະມຸທັຍ ຄືຕົວຕັນຫາໃຫ້ສິ້ນໄປຈົນບໍ່ເກີດໄດ້ອີກເໝືອນໄຟທີ່ສິ້ນເຊື້ອ,ນິໂຣທ ຈັດເປັນອະຣິຍະສັຈທີສາມ ໃນອະຣິຍະສັຈສີ່ຄື: ທຸກຂ໌ ສະມຸທັຍ ນິໂຣທ ແລະ ມັກຄ໌ ນິໂຣທໂດຍພາວະຄືນິພພານນັ້ນເອງ ນິໂຣດເປັນທັມມະທີ່ສາມາດນຳໄປໃຊ້ ໃນຊີວິດປະຈຳວັນໄດ້ ນິໂຣທມີ 5 ປະການຄື: - ປະຫານ 5 ແມ່ນ ການລະກິເລສ 5 ປະການ - ວິມຸດຕິ 5 ແມ່ນ ຄວາມຫຼຸດພົ້ນ 5 ປະການ - ວິເວກ 5 ແມ່ນ ຄວາມສະຫງົບ ຄວາມຫຼີກອອກ 5 ປະການ - ວິຣາຄະ 5 ແມ່ນ ຄວາມຄາຍກຳນັດ ຄວາມສຳລວມໄດ້ - ໂວສສັຄຄະ 5 ແມ່ນ ຄວາມສະລະ ຄວາມປ່ອຍວາງ 5 ປະການ Äນິໂຣທ 5 ໄດ້ແກ່: 1). ວິກຂັມພະນະນິໂຣທຄື:ດັບດ້ວຍຂົ່ມໄວ້ ຄືການດັບກິເລສຂອງທ່ານຜູ້ບຳເພັນຍານເຖິງປະຖົມມະຊານຂື້ນໄປຍ່ອມຂົ່ມນິວອນໄວ້ໄດ້ຕະຫຼອດເວລາທີ່ຢູ່ໃນຍານນັ້ນ. 2). ຕະທັງຄນິໂຣທຄື: ດັບດ້ວຍອົງນັ້ນໆຄືດັບກິເລສດ້ວຍທຳທີ່ເປັນຄູ່ປັບ ຫຼື ທຳທີ່ກົງກັນຂ້າມເຊັ່ນ: ດັບສັກກາຍທິດຖິດ້ວຍຄວາມຮູ້ທີ່ກຳນົດແຍກຮູບນາມອອກໄດ້ເປັນການດັບຊົ່ວຄາວໃນກໍລະນີນັ້ນໆ 3). ສະມູຈເສທະນິໂຣທຄື:ດັບດ້ວຍຕັດຂາດ ຄືດັບກິເລສເສັດສິ້ນເດັດຂາດດ້ວຍໂລກຸຕະລະທຳໃນຂະນະແຫ່ງມັກຄ໌ນັ້ນຊື່ວ່າ ສະມຸຈເສທະນິໂຣທ 4). ປະຕິປັສສັທທິນິໂຣທຄື: ດັບດ້ວຍຄວາມສະຫງົບຄວາມລະງັບໂດຍອາໄສໂລກຸຕະລະທຳດັບກິເລສເດັດຂາດໄປແລ້ວບັນລຸໂລກຸຕະລະຜົນ ກິເລສເປັນອັນສະຫງົບລະງັບໄປໝັດແລ້ວບໍ່ຕ້ອງຂົນຂວາຍເພື່ອດັບອີກໃນຂະນະແຫ່ງຕົນນັ້ນຊື່ວ່າ ປະຕິປັສສັທທິນິໂຣທ 4. ມັກຄ໌ຄື: ແນວປະຕິບັດນຳໄປສູ່ ຫຼື ນຳໄປເຖິງຄວາມດັບທຸກຂ໌ອັນມີອົງປະກອບ 8 ປະການຄື: - ສັມມາທິຖຖິ ຄື: ຄວາມເຫັນຊອບ - ສັມມາສັງກັບປະຄື: ຄວາມດຳຣິຊອບ - ສັມມາວາຈາຄືື: ການເຈລະຈາຊອບ - ສັມມາກັມມັນຕະຄື: ການງານຊອບ - ສັມມອາຊີວະຄື: ການລ້ຽງຊີບຊອບ - ສັມມາວາຍາມະຄື: ຄວາມພະຍາຍາມຊອບ - ສັມມາສະຕິຄື: ການລະລືກຊອບ - ສັມມາສະມາທິຄື: ການມີສະຕິ ຫຼືຕັ້ງໃຈຊອບ ມັກຄ໌ມີອົງ 8 ນີ້ສະຫຼຸບລົງໃນໄຕຣສິກໄດ້ດັ່ງນີ້: 1. ອະທິສິນສິກຂາ ໄດ້ແກ່ສັມມາວາຈາ ສັມມາກັມມັນຕາ ແລະ ສັມມາອາຊີວະ 2. ອະທິຈິຕສິກຂາ ໄດ້ແກ່ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ 3. ອະທິປັນຍາສິກຂາ ໄດ້ແກ່ ສັມມາທິຖຖິ ສັມມາສັງກັບປະ - ກິຈໃນອະຣິຍະສັຈສີ່ຄື: ກິຈທີ່ຕ້ອງທຳຕໍ່ອະີຣິຍະສັຈ 4 ແຕ່ລະຂໍ້ໄດ້ແກ່: 4. ປັນຍາ:ທຸກຂ໌ຄວນຮູ້ ຄືການທຳຄວາມເຂົ້າໃຈປັນຫາ ຫຼື ສະພາວະທີ່ເປັນທຸກຢ່າງກົງໄປກົງມາຕາມຄວາມເປັນຈິງເປັນການປະເຊີນໜ້າກັບບັນຫາ. 5. ປະຫານະ: ສະມຸທັຍ ຄືການລະ ຫຼື ຄວນລະ ຄືການຈັດສາເຫດທີເຮັດໃຫ້ເກີດທຸກຂ໌ ເປັນການແກ້ບັນຫາທີ່ເຫດຕົ້ນຕໍ 6. ສັຈສິກິຣິຍາ: ນິໂຣທຄວນທຳໃຫ້ແຈ້ງຄືການເຂົ້າພາວະດັບທຸກຂ໌ໝາຍເຖິງພາວະທີ່ໄຮ້ປັນຍາເຊິ່ງເປັນຈຸດມຸ້ງໝາຍ 7. ສັຈສິກິຣິຍາ: ນິໂຣທຄວນທຳໃຫ້ແຈ້ງຄືການເຂົ້າພາວະດັບທຸກຂ໌ໝາຍເຖິງພາວະທີ່ໄຮ້ປັນຍາເຊິ່ງເປັນຈຸດມຸ້ງໝາຍ 8. ພາວະນາ: ມັກຄ໌ ຄວນຈະເລີນຄືການຝືກອົບຮົມປະຕິບັດຕາມທາງເພື່ອໃຫ້ເຖິງຄວາມດັບແຫ່ງທຸກຂ໌ໝາຍເຖິງວິທີການ ຫຼື ທາງທີ່ຈະນຳໄປສູ່ຈຸດໝາຍທີ່ໄຮ້ປັນຍາ,ກິດທັງສີ່ນີ້ຈະຕ້ອງປະຕິບັດໃຫ້ກົງກັບມັກຄັຸແຕ່ລະຂໍ້ໃຫ້ຖຶກຕ້ອງການຮູ້ກິຈໃນອະຣິຍະສັຈເອີ້ນກິຈຍານ,ຈິຕຍານເປັນສ່ວນໜຶ່ງຂອງ 3 ຍານ ຫຼື ຍານທັສະນະ(ສັຈຍານ,ກິຈຍານ,ກັຕຍານ) ເຊິ່ງໝາຍເຖິງການຢັ່ງຮູ້ຄົບສາມຮອບ ຍານທັງສາມເມື່ອເຂົ້າຄູ່ກັບຈິດໃນອະຣິສັຈທັງສີ່ຈື່ງໄດ້ອາການ 12 ດັ່ງນີ້: + ສັຈຍານ: ຢັ່່ງຮູ້ຄວາມຈິງ 4 ປະການ 1. ນີ້ຫຼືທຸກຂ໌ 2. ນີ້ຄືເຫດແຫ່ງທຸກຄ໌ 3. ນີ້ຄືຄວາມດັບທຸກຂ໌ 4. ນີ້ຫຼືທາງແຫ່ງຄວາມດັບທຸກຂ໌ + ກິຈຍານ: ຢັ່ງຮູໜ້າທີ່ຕໍ່ອະຣິຍະສັຈ 4 ປະການ 1. ທຸກຂ໌ຄວນຮູ້ 2. ເຫດແຫ່ງທຸກຂ໌ຄວນລະ 3. ຄວາມດັບທຸກຂ໌ຄວນທຳໃຫ້ແຈ້ງ 4. ທາງແຫ່ງຄວາມດັບທຸກຂ໌ຄວນເຝິກໃຫ້ຈະເລີນ + ກັຕຍານ: ຢັ່ງຮູ້ວ່າໄດ້ທຳກິຈທີ່ຄວນທຳໄດ້ສຳເລັດເສັດສິ້ນແລ້ວ 1. ທຸກຂ໌ໄດ້ກຳນົດຮູ້ແລ້ວ 2. ເຫດແຫ່ງທຸກຂ໌ໄດ້ລະແລ້ວ 3. ຄວາມດັບທຸກຂ໌ໄດ້ປະຈັກແຈ້ງແລ້ວ 4. ທາງແຫ່ງຄວາມດັບທຸກຂ໌ໄດ້ປະຕິບັດແລ້ວ

No comments:

Post a Comment

ອະຣິຍະສັດ 4

ອະຣິຍະສັຈ ສີ່ ອະຣິຍະສັຈ ຫຼື ຈຕຸຮາຣິຍສັຈ ຫຼື ອະຣິຍະສັຈ 4 ເປັນຫຼັກຄຳສອນໜຶ່ງຂອງພຣະໂຄດົມພຸດທະເຈົ້າແປວ່າຄວາມຈິງອັນປະເສີດ ຄວາມຈິງຂອງພຣະອະຣິຍະ ຫຼືຄ...